ອ້າຍຈົນ ເຈົ້າທົນໄດ້ບໍ່? ອ້າຍຄົນບ້ານນອກ ໃສ່ເສື້ອຂາດໆ ໂສ້ງຢີນເກົ່າໆໜ້າຕາບ້ານໆ ບໍ່ຫຼໍ່ຄືໃຜ ເງິນຄໍາກະບໍ່ຄ່ອຍມີເຈົ້ານາງຟ້າຄົນງາມ ໃສ່ຊຸດຜ້າໄໝ ງາມປານນາງໃນວັນນະຄະດີເຈົ້າຍິ້ມມາເທື່ອໜຶ່ງ ອ້າຍກະໃຈສັ່ນແທບຕາຍ ຮັກເຈົ້າຫຼາຍໆ ແຕ່ກະບໍ່ກ້າເຂົ້າໄປຫາຍ້ອນວ່າອ້າຍຄົນນີ້ ມັນຈົນປານນີ້ ຊິເອົາອີຫຍັງໄປສູ້ເຂົາເຂົາຄົງມີລົດຫຼູ ມີຄໍາເຕັມໂຕ ມີຍົດຖາບັນດາສັກອ້າຍມີແຕ່ໃຈທີ່ຮັກ ບໍ່ມີອີຫຍັງໃຫ້ເຈົ້າດອກໜາ ອ້າຍຈົນ ເຈົ້າທົນໄດ້ບໍ່? ຊິບໍ່ພາເຈົ້າໄປລຳບາກດອກໜາຖ້າເຈົ້າຮັກແທ້ ອ້າຍຊິໃຫ້ໃຈໝົດເລີຍແຕ່ຖ້າເຈົ້າຮັກເງິນ ອ້າຍຄົງຕ້ອງບອກລາ ຍ້ອນວ່າຄົນຢ່າງອ້າຍ ບໍ່ມີວາດສະໜາໄດ້ຄູ່ກັບເຈົ້າ ຢາກຈະພາເຈົ້າໄປກິນປິ້ງໄກ່ ໄປນັ່ງຫຼິ້ນແຄມທົ່ງນາຢາກຈະພາເຈົ້າໄປເບິ່ງໝໍລຳຊິ່ງ ແຕ່ກະບໍ່ມີເງິນພໍ ຖ້າເຈົ້າຮັກອ້າຍ ເຈົ້າຊິອົດເອົາໄດ້ບໍ່?ກິນເຂົ້າກັບປາແດກ ກິນນໍ້າພິກເປັນປະຈຳ ອ້າຍຈົນ ເຈົ້າທົນໄດ້ບໍ່? ຊິບໍ່ພາເຈົ້າໄປລຳບາກດອກໜາຖ້າເຈົ້າຮັກແທ້ ອ້າຍຊິໃຫ້ໃຈໝົດເລີຍແຕ່ຖ້າເຈົ້າຮັກເງິນ ອ້າຍຄົງຕ້ອງບອກລາຍ້ອນວ່າຄົນຢ່າງອ້າຍ ບໍ່ມີວາດສະໜາໄດ້ຄູ່ກັບເຈົ້າ ໃຈຂອງອ້າຍນີ້ມີແຕ່ເຈົ້າ ແຕ່ເຈົ້າຊິຮັກອ້າຍໄດ້ບໍ່ ຄົນຢ່າງອ້າຍມັນຈົນ ອ້າຍເລີຍຖາມເຈົ້າວ່າ… ອ້າຍຈົນ ເຈົ້າທົນໄດ້ບໍ່? ຊິບໍ່ພາເຈົ້າໄປລຳບາກດອກໜາຖ້າເຈົ້າຮັກແທ້ ອ້າຍຊິໃຫ້ໃຈໝົດເລີຍແຕ່ຖ້າເຈົ້າຮັກເງິນ ອ້າຍຄົງຕ້ອງບອກລາຍ້ອນວ່າຄົນຢ່າງອ້າຍ ບໍ່ມີວາດສະໜາໄດ້ຄູ່ກັບເຈົ້າ
ອ້າຍຈົນ ເຈົ້າທົນໄດ້ບໍ່
- Post author By a Day in Laos
- Post date
- Categories In a Day In Laos
- ບໍ່ມີຄວາມເຫັນ ເທິງ ອ້າຍຈົນ ເຈົ້າທົນໄດ້ບໍ່